ສ ເກົາຫຼີ ກຳລັງປະເຊີນກັບບັນຫາອັດຕາການເກີດຫຼຸດລົງ
ສຳນັກຂ່າວຊິນຮວາໃຫ້ຮູ້ໂດຍອີງຕາມການລາຍງານຂອງ ສຳນັກງານສະຖິຕິ ສ ເກົາຫຼີ ເຜີຍ ແຜ່ໃນວັນທີ 22 ກຸມພານີ້, ອັດຕາການເກີດຢູ່ ສ.ເກົາຫຼີ ໃນປີ 2022 ຫຼຸດລົງ 4,4% ເມື່ອທຽບໃສ່ປີກາຍນີ້, ເຊິ່ງເປັນລະດັບຕ່ຳສຸດ. ອີງຕາມຂໍ້ມູນທາງການ, ສ ເກົາຫຼີ ມີອັດຕາການເກີດ 249.000 ຄົນໃນປີ 2022 ແລະ ອັດຕາການເສຍຊີວິດ 372.800 ຄົນ, ຊຶ່ງໝາຍຄວາມວ່າ ປະຊາກອນແຫ່ງຊາດຈະຫຼຸດລົງຫຼາຍກວ່າ 120.000 ຄົນ. ນີ້ເປັນປີທີ 3 ຕິດຕໍ່ກັນຢູ່ ສ.ເກົາຫຼີ ທີ່ອັດຕາການເກີດໜ້ອຍກວ່າອັດຕາການເສຍຊີວິດ. ປັດຈຸບັນ ສ.ເກົາຫຼີກຳລັງປະເຊີນກັບການຂາດແຄນແຮງງານຊາວໜຸ່ມພາຍໃນປະເທດ. ສະຖິຕິຂອງ ສ.ເກົາຫຼີ ຄາດຄະເນວ່າ: ນັບແຕ່ປີ 2038 ເປັນຕົ້ນໄປ, ອັດຕາການເກີດທຳມະຊາດປະຈຳປີຂອງ ສ.ເກົາຫຼີ ອາດຈະມີພຽງ 200.000 ຄົນ ຫຼື ໜ້ອຍກວ່ານັ້ນ. ອີງຕາມສະຖິຕິປີ 2017, ອັດຕາສ່ວນຂອງປະຊາກອນ ສ.ເກົາຫຼີ ທີ່ມີອາຍຸ 65 ປີຂຶ້ນໄປແມ່ນເກີນ 14% ເປັນຄັ້ງທຳອິດ. ອີງຕາມມາດ ຕະຖານທີ່ກ່ຽວຂ້ອງຂອງສະຫະປະຊາຊາດ, ຖ້າຫາກ ສ ເກົາຫຼີ ບໍ່ສາມາດຟື້ນຟູອັດ ຕາການເກີດ, ສັງຄົມ ສ ເກົາຫຼີ ຈະນັບມື້ເຂົ້າສູ່ສັງຄົມຜູ້ອາຍຸຫຼາຍ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/03/2023